Laos

ພາສາ ລາວ

【ສິ່ງຂອງທີ່ຄວນຖືຕິດໂຕ】

□ເງິນສົດ
□ປັດປະຈຳຕົວ, ປັດຄົນຕ່າງດ້າວ
□ກາຈ້ຳ (ທີ່ແທນໃຫ້ລາຍເຊັນຂອງຕົນເອງ), ບັດປະກັນສຸຂະພາບ
□ນ້ຳດື່ມ (ຄົ໌ລະ3ລິດຕໍ່ມື້)
□ອາຫານສຳຮອງໃນເວລາສຸກເສີນ (ອາຫານກະປອງ, ຂະຫນົມ)
□ໂທລະສັບມືຖື, ເຄື່ອງສາກຖ່ານທີ່ໃຊ້ໃນເວລາສຸກເສີນ
□ເຈ້ຍທິດຊູ້ (ເຈ້ຍອານາໄມ)
□ຜ້າເຊັດມື(ປະມານ 5ຜືນ)
□ໄຟສາຢ
□ວິທະຍຸ
□ເຄື່ອງກັນຝົນ (ຄັນຮົ່ມ, ເສື້ອກັນຝົນ)
□ເສື້ອກັນຫນາວແລະເຄື່ອງປ້ອງກັນຄວາມຫນາວຕ່າງໆ
□ຖົງມືທີ່ມີຄວາມຫນາເພື່ອປ້ອງກັນມືໃນເວລາເຮັດວຽກ, ຖົງມືທຳມະດາ
□ຜ້າອັດປາກ (ເພື່ອກັນຫນາວຫລືເພື່ອປ້ອງກັນຄວັນພິດ)
□ຖົງໃສ່ຂີ້ເຫຍື່ອ (ຂະຫນາດໃຫຍ່ຈະດີກວ່າ. ໃຊ້ໃວ້ເພື່ອປ້ອງກັນຄວາມຫນາວ,
ກັນນ້ຳແລະໃຊ້ເປັນພາຊະນະເພື່ອກິນດື່ມໃນເວລາສຸກເສີນ)
□saran wrap ຫລື ປລາສຕິກສຳລັບຫໍ່ອາຫານ
□ຢາງບ້ວງ (ຫລາຍເສັ້ນກໍ່ໄດ້)
□ຜ້າຫົ່ມ
□ຫນັງສືພິມ (ເພື່ອປ້ອງກັນຄວາມຫນາວ)
□ຮູບຖ່າຍຂອງຄົນໃນຄອບຄົວ (ເພື່ອຢັ້ງຢືນແລະຄົ້ນຫາໃນເວລາພັດພາກກັນ)
□ຫມາກຫວີດ (ເພື່ອສົ່ສັນສານວ່າຍັງມີຊີວິດຢູ)
□ແວ່ນຕາ (ຄວນວາງໄວ້ຂ້າງຫມອນຫລືໃກ້ໂຕໃນເວລານອນ)
□ຢາທີ່ກິນປະຈຳ
□ຜ້າອະນາໄມ (ຈຳເປັນ) ຍ້ອນຄວາມຄຽດປະຈຳເດືອນອາດຈະມາກະທັນທັນ,
ໃຊ້ຫາມເລືອດໃນເວລາໄດ້ຮັບບາດເຈັບ
□ເຫລັກໄຂກະປ໋ອງ, ມີດນອ້ຍ

【ເວລາສຸກເສີນ】
・ເປີດປ່ອງຢ້ຽມກັບປະຕູ ເພືອການລ້າງ
・ຖືກະເປົາ
・ນຸ່ງເກີບ
・ມອດໄຟ
・ສືບຕໍ່ແຜ່ນດິນໄຫວ24ຊົ່ວໂມງ
・ອາລົມເຢັນ
・ໃຊ້ເວລາສຸກເສີນສານ ຫມຸນ171
・ຢ່າໃຊ້ໂທລະສັບທລາຍ
・ໃຊ້Skypeສະດວກສະບາຍກວ່າ
・ລະວັງການຮ້ອງດ້ວຍຄົນແກ້ງເຮັດຕຳຫລວດ

【ຂໍ້ຄວນລະວັງໃນເວລາຫນີໄຟ】
・ໃຫ້ຢູ່ຫ່າງຈາກຕູ້ເສື້ອຜ້າຫລຕູ້ເຢັນ
・ຄວນລະວັງແກ້ວຫລືຮົ້ວ
(ອາດຈະຕົກລົງມາທັບ, ເສດແກ້ວແລະໄມ້ຮົ້ວທີ່ຫັກອາດຈະເປັນອັນຕະລາຍຕໍ່ເຮົາໄດ້)
・ໃຫ້ຢູ່ຫ່າງຈາກຜາຜະຫນັງ, ກຳແພງຫລືເສົາທີ່ອ່ຽງ
・ພະຍະຍາມບໍ່ຍ່າງຢູ່ທາງທີ່ແຄບຫລືບໍລິເວນຫນ້ຜາ, ແຄມແມ່ນ້ຳແລະແຄມທະເລ
・ສຳລັບຜູ້ທີ່ຢູ່ໃກ້ທະເລໃຫ້ໄປຢູ່ບ່ອນທີ່ສູງຫລືບ່ອນທີ່ເປັນໂນນ
・ໃສ່ຫມວກກັນນັອກຫຼືຫມວກທຳມະດາກໍ່ໄດ້ເພື່ອປ້ອງກັນຫົວຈາກການກະທົບ
・ບໍ່ຄວນໃສ່ມເຄື່ອງທີ່ຕິດໄຟໄດ້ງ່າຍ
・ຄວນກຽມຜ້າອັດປາກຫຼືຜ້າເຊັດມືຊຸບນ້ຳໄວ້ໃຫ້ພ້ອມ (ເພື່ອປ້ອງກັນຄວັນ)
・ຖ້າເກີດໄຟໄຫມ້ໃຫ້ຢູ່ບໍລິເວນທີ່ເຫນືອລົມ
・ຖ້າກຳລັງຂັບລົດຢູ່ຫາກເກີດມີແຜ່ນດິນໄຫວໃຫ້ຢຸດລົດແລະຈອດລົດຢູ່ຂ້າງທາງ
・ຖ້າມີລົດໃຫ້ເປີດແວ່ນລົດແລະເປີດວິທະຍຸສຽງດັງເພື່ອເປັນການມະຈາຍຂ່າວໃຫ້ຄົນອື່ນ

【ກ່ອນຫນ້າແຜ່ນດິນໄຫວ】

□ກວດເບິ່ງວ່າມີຫມວກຈອມແຫຼມ
□ກວດເບິ່ງວ່າມີຂອງກິນ
□ກວດເບິ່ງວ່າມີນ້ຳ
□ກວດເບິ່ງວ່າມີຊຸດແກ້ເວລາສຸກເສີນ
□ກວດເບິ່ງວ່າມີຖົງນອນ
□ກວດເບິ່ງບ່ອນຢູ່ທີ່ຄວບຄຸມໃຫ້ແກ່ຜູ້ລີ້ໄພ
□ໃສ່ຖົງຕີນສັ້ນແບບຖົງຕີນຜູ້ຊາຍແລະນອນກຽມເກີບໄວ້
□ອັດຜ້າມ່ານ (ເພື່ອປ້ອງກັນຮ່າງກາຍຈາກແວ່ນແຕກ)
□ເຮັດປະຕູຫນີບຜ້າເຊັດມື້ັ

【ຂໍ້ມູນຈາກ NTT】

ໃນເວລາສຸກເສີນໂທລະສັບສາທາລະນະຈະໂທໄດ້ດີກວ່າໂທລະສັບມືຖືແລະໂທລະສັບບ້ານ
ໃນເວລາເກີດໄພພິບັດສຳລັບພື້ນທີ່ທີ່ໄດ້ຮັບຜົນກະທົບໂທລະສັບສາທາລະນະຈະໃຊ້ໄດ້ຟີ
ແຕ່ວ່າຈະບໍ່ສາມາດໂທອອກຕ່າງປະເທດໄດ້
ວິທີໃຊ້ໂທລະສັບຟີຈາກຕູ້ສາທາລະນະ

l  ຕູ້ໂທລະສັບສີຂຽວແມ່ນຕູ້ໂທລະສັບແະບົບອານາລັອກ
・ກົດປຸ່ມສຸກເສີນແລ້ວໂທອອກໄດ້ເລີຍ (ປຸ່ມສຸກເສີນແມ່ນປຸ່ມສີແດງ) ຫຼືເອົາເງິນຫຼຽນ10ເຢັນປ່ອນໃສ່ກໍ່ຈະສາມາດໂທໄດ້
・ເວລາລົມໂທລະສັບແລ້ວເງິນ10ເຢັນກໍ່ຈະອອກມາຄືນ

l  ການນຳໃຊ້ຕູ້ໂທລະສັບ ລະບົບດີຈິຕັອນ
・ທ່ານສາມາດໃຊ້ໂທລະສັບສາທາລະນະລະບົບດິຈິຕັອນໄດ້ໂດຍບໍ່ຈຳເປັນຕ້ອງໃຊ້ໂທລະສັບຫຼືຫຼຽນ10
ເຢັນພຽງແຕ່ຍົກຫູໂທລະສັບກໍ່ສາມາດໂທອອກໄດ້

【ວິທີ່ບັນທຶກສານເວລາສຸກເສີນ】

◆ຜູ້ຕົກເປັນເຫຍື່ອ
1. ໂທ 171
2. ຮີດ 1
3. ຮີດໂທລະສັບນຳເບີຂອງເຮືອນຕົນເອງ
4. ບັນທຶກສານ

◆ຜູ້ຢາກຮູ້ຄວາມປອດໄພຂອງຜູ້ຕົກເປັນເຫຍື່ອ
1. ໂທ 171
2. ຮີດ 2
3. ຮີດໂທລະສັບນຳເບີຂອງຜູ້ຕົກເປັນເຫຍື່ອ
4. ໄດ້ຍິງສານ

【Google Person Finder】
ປອດໄພຂ່າວໃນGoogle
http://japan.person-finder.appspot.com/?lang=ja

【Twitter SOS tag】
ສົ່ງສານກັບGPS
#j_j_helpme

【ນຳເບີເວລາສຸກເສີນ】
ຕຳຫລວດ: 110
ເປຫາມຄົນເຈັບ 119
ເວລາສຸກເສີນຢູ່ໃກ້ທະເລ 118

Leave a comment